ການຂຶ້ນທະບຽນຄົນພິການ ແມ່ນ ການບັນທຶກເອົາຂໍ້ມູນຄົນພິການ ທີ່ເປັນພົນລະເມືອງລາວ ເຂົ້າໃນລະບົບການຄຸ້ມຄອງ ແລະ ຕິດຕາມ ຄົນພິການ ຂອງອົງການຄຸ້ມຄອງວຽກງານຄົນພິການ.
ໃນການຂຶ້ນທະບຽນຄົນພິການນັ້ນ ອົງການຄຸ້ມຄອງວຽກງານຄົນພິການ ຕ້ອງປະສານສົບທົບກັບຂະ ແໜງການພາຍໃນ, ຂະແໜງການປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.