ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ, ການຈັດຕັ້ງສັງຄົມຂອງຄົນພິການ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ໃນການຄຸ້ມຄອງ ແລະ ພັດທະນາ ຄົນພິການ ເພື່ອເຮັດໃຫ້ວຽກງານຄົນພິການມີການພັດທະນາ, ສາມາດປະກອບສ່ວນເຂົ້າໃນການປົກປ້ອງ ສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຄົນພິການ.