ຄົນພິການ ສາມາດເຂົ້າຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ຢູ່ສະຖານຝຶກວິຊາຊີບ ແລະ ສູນພັດທະນາສືມືແຮງງານຂອງ ລັດ ແລະ ເອກະຊົນ ຕາມຄວາມເໝາະສົມ.
ສະຖານທີ່ຝຶກວິຊາຊີບ ແລະ ສູນພັດທະນາສີມືແຮງງານ ຕ້ອງສ້າງສິ່ງອໍານວຍຄວາມສະດວກໃຫ້ ເໝາະສົມ ແລະ ສອດຄ່ອງກັບຈຸດພິເສດຂອງຄົນພິການ ເປັນຕົ້ນ ສະຖານທີ່, ວັດຖູປະກອນ, ຫຼັກສູດ, ວິທີການຮຽນ-ການສອນ.
ຄູຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ຄົນພິການ ຕ້ອງໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາ ມາດ ແລະ ເຕັກນິກ ທີ່ເໝາະສົມ.