ການຈັດຕັ້ງສັງຄົມຂອງຄົນພິການ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ສ້າງແຜນການເຄື່ອນໄຫວຂອງຕົນ ໃນແຕ່ລະໄລຍະ ໂດຍມີການປະສານສົມທົບກັບ ອົງການຄຸ້ມຄອງວຽກງານຄົນພິການ, ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;
2. ຊຸກຍູ້, ສົ່ງເສີມ ວຽກງານຄົນພິການໃຫ້ມີການຂະຫຍາຍຕົວ, ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນ;
3. ຄົ້ນຄວ້າວິທີການ, ປະສານສົມທົບ, ຕິດຕາມ ແລະ ແກ້ໄຂບັນຫາ ທີ່ເປັນອຸປະສັກໃຫ້ແກ່ການ ເຄື່ອນໄຫວວຽກງານຄົນພິການ;
4. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ ຕາມການມອບໝາຍ;
5. ປະເມີນຜົນ, ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄົນພິການ ຕໍ່ອົງການຄຸ້ມຄອງ ວຽກງານຄົນພິການ ຢ່າງເປັນປົກກະຕິ;
6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.