ກອງທຶນຄົນພິການ ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້:
1. ການຝຶກວິຊາຊີບ, ພັດທະນາສີມືແຮງງານ ແລະ ການປະກອບອາຊີບ;
2. ການຊ່ວຍເຫຼືອຄົນພິການ ໃນກໍລະນີສຸກເສີນ ແລະ ມີຄວາມສ່ຽງ;
3. ການອຸດໜູນລ້ຽງດູຄົນພິການ ທີ່ຢູ່ໃນຄອບຄົວ ທຸກຍາກ, ອະນາຖາ ແລະ ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ລວມທັງການເສຍຊີວິດຂອງຄົນພິການ;
4. ເປົ້າໝາຍອື່ນ ສຳລັບການເຄື່ອນໄຫວວຽກງານຄົນພິການ.