ແຫຼ່ງລາຍຮັບຂອງກອງທຶນຄົນພິການ ໄດ້ຈາກ:
1. ງົບປະມານຂອງລັດ;
2. ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງອື່ນ ທັງພາຍໃນ ແລະ ຕ່າງປະເທດ;
3. ການເຄື່ອນໄຫວກິດຈະກຳກ່ຽວກັບຄົນພິການ;
4. ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.