ຄົນພິການ ມີ ສິດພື້ນຖານ ດັ່ງນີ້:
1. ດຳລົງຊີວິດຢ່າງເປັນເອກະລາດ, ປອດໄພ ແລະ ຢູ່ຮ່ວມກັບຊຸມຊົນຢ່າງເທົ່າທຽມ;
2. ໄດ້ຮັບການດູແລ, ປິ່ນປົວ ແລະ ຟື້ນຟູສຸຂະພາບ;
3. ໄດ້ຮັບການປົກປ້ອງຈາກການໃຊ້ຄວາມຮຸນເເຮງທາງດ້ານຮ່າງກາຍ ແລະ ຈິດໃຈ;
4. ໄດ້ຮັບການສຶກສາ, ຝຶກວິຊາຊີບ, ມີວຽກເຮັດງານທໍາ, ສະຫວັດດີການສັງຄົມ, ເຄື່ອນໄຫວ ກິລາ-ກາຍຍະກໍາ, ສິລະປະວັນນະຄະດີ, ວັດທະນະທໍາ, ເຂົ້າເຖິງອາຄານ ສະຖານທີ່, ການຂົນສົ່ງສາທາລະນະ ແລະ ຂໍ້ມູນ ຂ່າວສານ;
5. ໄດ້ຮັບການສົ່ງເສີມໃນການນໍາໃຊ້ຫົວຄິດປະດິດສ້າງ ແລະ ພອນສະຫວັນຂອງຕົນ ເຂົ້າໃນການຄົ້ນຄວ້າ ວິທະສາດ, ເຕັກໂນໂລຊີທັນສະໄໝ ແລະ ຜະລິດວັດຖູປະກອນ ຮັບໃຊ້ສັງຄົມ;
6. ປະກອບຄຳເຫັນທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງຕົນ ລວມທັງຜົນປະໂຫຍດຂອງປະ ເທດຊາດ ແລະ ສັງຄົມ;
7. ໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນ ອາກອນ, ຄ່າທໍານຽມ, ຄ່າບໍລິການ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
8. ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.