ໃນການຄຸ້ມຄອງວຽກງານຄົນພິການ ກະຊວງການເງິນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ ດັ່ງນີ້:
1. ຄົ້ນຄວ້າ, ຈັດສັນ ງົບປະມານ ສຳລັບການຈັດຕັ້ງປະຕິບັດ ແຜນງານ, ໂຄງການ ກ່ຽວກັບວຽກງານຄົນພິການ ຕາມການຮັບຮອງຂອງສະພາແຫ່ງຊາດ;
2. ແນະນຳ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ງົບປະມານ ຕາມການຮັບ ຮອງຂອງສະພາແຫ່ງຊາດ ແລະ ຕາມການມອບໝາຍຂອງລັດຖະບານ;
3. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.