ຄອບຄົວ, ການຈັດຕັ້ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕ້ອງມີສ່ວນຮ່ວມໃນການຊ່ວຍເຫຼືອ, ເບິ່ງແຍງ, ລ້ຽງດູ ແລະ ປັບປຸງຊີວິດການເປັນຢູ່ຂັ້ນພື້ນຖານຂອງຄົນພິການ ເປັນຕົ້ນ ການສະໜອງ ອາຫານ, ເຄື່ອງ ນຸ່ງຫົ່ມ, ທີ່ຢູ່ອາໄສ, ຢາປົວພະຍາດ, ການສ້າງສິ່ງອຳນວຍຄວາມສະດວກ ແລະ ປອດໄພ.
ໃນກໍລະນີ ມີຄວາມສ່ຽງ ແລະ ສຸກເສີນ ຫຼື ເສຍຊີວິດນັ້ນ ຄອບຄົວ, ການຈັດຕັ້ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກໍຕ້ອງເອົາໃຈໃສ່ ແລະ ໃຫ້ການຊ່ວຍເຫຼືອ ຢ່າງທັນການ.