ໃນການຄຸ້ມຄອງວຽກງານຄົນພິການ ກະຊວງສຶກສາທິການ ແລະ ກິລາ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ສະເໜີສ້າງ ຫຼື ປັບປຸງ ນະໂຍບາຍ, ກົດໝາຍ ແລະ ຄົ້ນຄວ້າ ອອກລະບຽບການ ກ່ຽວກັບການສຶກສາຮຽນຮ່ວມ, ການຊ່ວຍເຫຼືອສະເພາະດ້ານໃນການສຶກສາ ແລະ ນະໂຍບາຍການສຶກສາສຳລັບຄົນພິການ;
2. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບ ການສຶກສາຮຽນຮ່ວມ, ກິລາ-ກາຍຍະກໍາສໍາລັບຄົນພິການ, ການຊ່ວຍເຫຼືອສະເພາະດ້ານໃນການສຶກສາ ແລະ ນະໂຍ ບາຍການສຶກສາສຳລັບຄົນພິການ;
3. ຊີ້ນຳ ແລະ ຄຸ້ມຄອງ ການສ້າງ ຫຼື ປັບປຸງ ຫຼັກສູນການຮຽນ-ການສອນ ໃຫ້ສອດຄ່ອງກັບປະ ເພດຄົນພິການ ລວມທັງສະໜອງ ຄູສອນ, ວັດຖູປະກອນ ແລະ ສື່ການຮຽນ-ການສອນ ທີ່ເໝາະສົມ ພ້ອມທັງສ້າງເງື່ອນໄຂໃຫ້ຄົນພິການໄດ້ເຂົ້າເຖິງການສຶກສາ;
4. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.