ໃນການຄຸ້ມຄອງວຽກງານຄົນພິການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ສະເໜີສ້າງ ຫຼື ປັບປຸງ ນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບ ການຄົ້ນຄວ້າດ້ານວິທະຍາສາດ ແລະ ອຸປະກອນ ສຳລັບຄົນພິການ;
2. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບ ຜົນການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ອຸປະກອນ ສຳລັບພິການ ລວມທັງການສ້າງເງື່ອນໄຂໃຫ້ຄົນພິ ການສາມາດເຂົ້າເຖິງຂໍ້ມູນ ຂ່າວສານ ແລະ ການສື່ສານ;
3. ຊີ້ນຳ ແລະ ຄຸ້ມຄອງ ການກຳນົດມາດຕະຖານສຳລັບ ການຜະລິດໂປແກຼມສຽງ, ວັດຖູປະກອນການສື່ສານ ແລະ ການຜະລິດອຸປະກອນກ່ຽວກັບຄົນພິການ ເປັນຕົ້ນ ອົງຄະທຽມ, ຫຼາບຂາທຽມ, ຫຼາບເລົາຄີງ, ໄມ້ຄໍ້າເທົ້າ, ເຄື່ອງຄໍ້າຊູ, ເຄື່ອງຊ່ວຍຊູ, ລໍ້ເລື່ອນ, ລໍ້ໂຍກ;
4. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.