ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສິ່ງກີດຂວາງ ໝາຍເຖິງ ສະພາບແວດລ້ອມ ທີ່ບໍ່ມີສິ່ງອຳນວຍຄວາມສະດວກຂັ້ນພື້ນຖານ ສໍາລັບຄົນພິການ ເປັນຕົ້ນ ທາງຍ່າງ, ທາງເນີນ, ຮາວຈັບ, ຫ້ອງນໍ້າ, ລິບ, ບ່ອນພັກຜ່ອນ, ສະຖານທີ່ຈອດລົດ, ສັນຍາລັກ, ອັກສອນນູນ, ເຄື່ອງໝາຍຊີ້ບອກ; ພຶດຕິກຳ, ທັດສະນະຄະຕິຂອງ ບຸກຄົນ ແລະ ສັງຄົມ ທີ່ເປັນການຈໍາແນກຄົນພິການ;
2. ການຈຳແນກຄົນພິການ ໝາຍເຖິງ ການປະພຶດທີ່ເປັນການ ເຍາະເຍີ້ຍສຽດສີ, ກີດກັ້ນ, ຈຳກັດ, ໂດດ ດ່ຽວ ແລະ ປະຕິເສດ ຕໍ່ຄົນພິການ;
3. ການສ້າງສິ່ງອຳນວຍຄວາມສະດວກ ແລະ ປອດໄພ ໝາຍເຖິງ ການສ້າງ ແລະ ປັບປຸງ ສະພາບແວດລ້ອມ ເພື່ອອໍານວຍຄວາມສະດວກ ແລະ ປອດໄພ ໃຫ້ຄົນພິການ ເປັນຕົ້ນ ທາງຍ່າງ, ທາງເນີນ, ຮາວຈັບ, ຫ້ອງ ນໍ້າ, ລິບ, ບ່ອນພັກຜ່ອນ, ສະຖານທີ່ຈອດລົດ, ສັນຍາລັກ, ອັກສອນນູນ, ເຄື່ອງໝາຍຊີ້ບອກ;
4. ເຄື່ອງຄ້ຳຊູ ໝາຍເຖິງ ອຸປະກອນທີ່ນໍາໃຊ້ສໍາລັບການເຄື່ອນໄຫວກິດຈະກໍາ ແລະ ການດໍາລົງຊີວິດ ຂອງຄົນພິການ ເປັນຕົ້ນ ອົງຄະທຽມ, ຫຼາບຂາທຽມ, ໄມ້ຄ້ຳເທົ້າ;
5. ເຄື່ອງຊ່ວຍຊູ ໝາຍເຖິງ ອຸປະກອນທີ່ນໍາໃຊ້ສໍາລັບການເຄື່ອນໄຫວກິດຈະກໍາ ແລະ ການດໍາລົງຊີວິດ ຂອງຄົນພິການ ເປັນຕົ້ນ ລໍ້ເລື່ອນ, ລໍ້ໂຍກ, ຫຼາບເລົາຄີງ;
6. ສະຖານທີ່ສາທາລະນະ ໝາຍເຖິງ ສະຖານທີ່ໝົດທຸກຄົນສາມາດເຂົ້າເຖິງ ແລະ ນໍາໃຊ້ ເປັນຕົ້ນ ໂຮງຮຽນ, ໂຮງໝໍ, ວັດ, ສວນສາທາລະນະ, ແຫຼ່ງທ່ອງທ່ຽວ, ສະໜາມກິລາ, ສະໜາມບິນ, ທ່າເຮືອ, ຕະຫຼາດ, ສະຖານທີ່ຈອດລົດ, ປ້ຳນ້ຳມັນ, ສະຖານທີ່ຈັດງານ, ທະນາຄານ;
7. ການເຂົ້າເຖິງ ໝາຍເຖິງ ການໄດ້ຮັບການບໍລິການ ໂດຍປາສະຈາກການຂັດຂວາງ, ສິ່ງກີດຂວາງດ້ານສະພາບແວດລ້ອມ ແລະ ທັດສະນະຄະຕິ.