ຄົນພິການ ສາມາດເຂົ້າເຖິງການຂົນສົ່ງສາທາລະນະ ໃນການເດີນທາງ ໄດ້ຢ່າງສະດວກ, ປອດໄພ ແລະ ໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າໂດຍສານ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງການຂົນສົ່ງສາທາລະນະ ຕ້ອງສ້າງ, ຕິດຕັ້ງ ຫຼື ປັບປຸງ ສິ່ງອໍານວຍຄວາມສະດວກ ສຳລັບຄົນພິການ ເປັນຕົ້ນ ການຂຶ້ນ ຫຼື ລົງ ຍານພາຫະນະ, ການຈັດສັນບ່ອນນັ່ງສະເພາະ, ການບໍລິການໃນລະບົບຂົນສົ່ງສາທາລະນະ.