ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດຜະລິດ ອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ ເພື່ອຊ່ວຍເຫຼືອຄົນພິການໃນການດຳລົງຊີວິດ, ການສຶກສາ ແລະ ການເຄື່ອນໄຫວວຽກງານ.
ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລົງທຶນເຂົ້າໃນການຜະລິດ ອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ ຈະໄດ້ຮັບນະໂຍບາຍ ການເຂົ້າເຖິງແຫຼ່ງທຶນ, ນະໂຍບາຍດ້ານພາສີ, ອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ການນຳເຂົ້າ ວັດຖຸດິບ, ອຸປະກອນ, ເຄື່ອງປະກອບ, ພາຫະນະທີ່ຈໍາເປັນ ເພື່ອນໍາໃຊ້ເຂົ້າໃນການຜະລິດ ອຸປະກອນ, ເຄື່ອງຄໍ້າຊູ, ເຄື່ອງຊ່ວຍຊູ.