ຄະນະກຳມະການ ເພື່ອຄົນພິການ ຂັ້ນສູນກາງ ປະກອບດ້ວຍ:
1. ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານ;
2. ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຮອງປະທານທັງເປັນຜູ້ປະຈຳການ;
3. ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເປັນຮອງປະທານ;
4. ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນຮອງປະທານ;
5. ຮອງລັດຖະມົນຕີ ກະຊວງການເງິນ ເປັນກໍາມະການ;
6. ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປັນກໍາມະການ;
7. ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເປັນກໍາມະການ;
8. ຮອງລັດຖະມົນຕີ ກະຊວງຍຸຕິທຳ ເປັນກໍາມະການ;
9. ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນກໍາມະການ;
10. ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນກໍາມະການ;
11. ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນກໍາມະການ;
12. ຜູ້ຕາງໜ້າ ຈາກການຈັດຕັ້ງສັງຄົມຂອງຄົນພິການ ເປັນກໍາມະການ;
13. ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ເປັນກໍາມະການ ທັງເປັນຫົວໜ້າກອງເລຂາ.
ຄະນະກຳມະການ ເພື່ອຄົນພິການ ຂັ້ນສູນກາງ ໄດ້ຮັບການແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຖືເອົາ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ເປັນຫ້ອງການຂອງກອງເລຂາຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ.
ສຳລັບ ຄະນະກຳມະການ ເພື່ອຄົນພິການ ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ເປັນຜູ້ກຳນົດ ແລະ ແຕ່ງຕັ້ງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍອີງໃສ່ສະພາບຕົວຈິງ ເພື່ອຊຸກຍູ້ ສົ່ງເສີມ ວຽກງານຄົນພິການ ພາຍໃນທ້ອງຖິ່ນຂອງຕົນ.