ຄະນະກຳມະການ ເພື່ອຄົນພິການ ຂັ້ນສູນກາງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ສຶກສາ, ຄົ້ນຄວ້າ ແນວທາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄົນພິການ;
2. ໂຄສະນາ ເຜີຍແຜ່ ແນວທາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄົນພິການ ເພື່ອປຸກລະດົມທົ່ວສັງຄົມ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາວຽກງານຄົນພິການ;
3. ໂຄສະນາ ເຜີຍແຜ່ ແນວທາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄົນພິການ ເພື່ອປຸກລະດົມທົ່ວສັງຄົມ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາວຽກງານຄົນພິການ;
4. ຄົ້ນຄວ້າ ແລະ ນຳສະເໜີ ອົງການຄຸ້ມຄອງວຽກງານຄົນພິການ ກ່ຽວກັບການກຳນົດກົນໄກການ ຊຸກຍູ້ ສົ່ງເສີມ ວຽກງານຄົນພິການ ແຕ່ສູນກາງລົງຮອດຮາກຖານທ້ອງຖິ່ນ;
5. ຄົ້ນຄວ້າສົນທິສັນຍາ, ສັນຍາ, ອະນຸສັນຍາ, ຖະແຫຼງການ ແລະ ເອກະສານອື່ນ ຂອງສາກົນ ກ່ຽວກັບຄົນພິການ ເພື່ອນຳສະເໜີລັດຖະບານ ພິຈາລະນາ;
6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນການຈັດຕັ້ງປະຕິບັດສົນທິສັນຍາ, ສັັນຍາ, ອະນຸສັນຍາ, ຖະແຫຼງການ ແລະ ເອກະສານອື່ນ ຂອງສາກົນ ກ່ຽວກັບຄົນພິການ ທີ່ ສປປ ລາວ ເປັນພາຄີ;
7. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ການຊຸກຍູ້ ສົ່ງເສີມ ວຽກງານຄົນພິການ ຕາມການມອບໝາຍ;
8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່່ ລັດຖະບານຢ່າງເປັນປົກກະຕິ;
9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ຫຼື ຕາມການມອບໝາຍ.
ສຳລັບ ສິດ ແລະ ໜ້າທີ່ຂອງ ຄະນະກຳມະການ ເພື່ອຄົນພິການ ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ ອົງການປົກຄອງ ຂັ້ນແຂວງ ແລະ ຂັ້ນເມືອງ ເປັນຜູ້ກຳນົດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບ ສິດ ແລະ ໜ້າທີ່ ຂອງຄະນະກຳມະການ ເພື່ອຄົນພິການ ຂັ້ນສູນກາງ.