ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະຕິດຕາມ ກວດກາ ວຽກງານຄົນພິການ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຄົນພິການ, ລຶບລ້າງທຸກການຈໍາແນກຕໍ່ຄົນພິການ, ສ້າງເງື່ອນໄຂໃຫ້ຄົນພິການ ໄດ້ຮັບການພັດທະນາຕົນເອງ, ເພິ່ງຕົນເອງ ແລະ ສາມາດເຂົ້າຮ່ວມກິດຈະກຳທາງສັງຄົມ ແນໃສ່ຮັບປະກັນໃຫ້ຄົນພິການ ມີຄວາມສະເໝີພາບທາງດ້ານ ການເມືອງ, ກົດໝາຍ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຄອບຄົວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.