ວຽກງານຄົນພິການ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ສອດຄ່ອງກັບແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ;
2. ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນສິດສະເໝີພາບທາງດ້ານ ການເມືອງ, ກົດໝາຍ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ ລະຫວ່າງຄົນພິການ ກັບຄົນອື່ນ;
4. ຮັບປະກັນບໍ່ໃຫ້ມີການ ຈຳແນກ, ໃຊ້ຄວາມຮຸນແຮງ, ລ່ວງລະເມີດທາງ ເພດ, ຮ່າງກາຍ, ຈິດໃຈ, ກຽດສັກສີ ລວມທັງການສະແຫວງຫາຜົນປະໂຫຍດຈາກຄົນພິການ;
5. ເຄົາລົບ ຄວາມສະເໝີພາບຍິງ-ຊາຍ, ຄວາມສາມາດ, ຄວາມແຕກຕ່າງ ແລະ ຍອມຮັບຄົນພິການ ເປັນສ່ວນໜຶ່ງ ໃນຄວາມຫຼາກຫຼາຍຂອງມະນຸດ;
6. ມີສ່ວນຮ່ວມຂອງຄົນພິການ ແລະ ທຸກພາກສ່ວນໃນສັງຄົມ ເຂົ້າໃນການປົກປ້ອງ, ຊ່ວຍເຫຼືອ ແລະ ພັດທະນາຄົນພິການ;
7. ປະຕິບັດສົນທິສັນຍາ ແລະ ສັນຍາ ສາກົນ ທີ່ ສປປ ລາວ ເປັນພາຄີ.