ຄົນພິການ ທີ່ດຳເນີນທຸລະກິດ ດ້ວຍຕົນເອງ, ເປັນກຸ່ມການຜະລິດ ຫຼື ການບໍລິການໃດໜຶ່ງ ຈະໄດ້ຮັບນະໂຍບາຍ ການເຂົ້າເຖິງແຫຼ່ງທຶນ, ການຂະຫຍາຍການລົງທຶນ, ດ້ານພາສີ ແລະ ອາກອນ ລວມທັງໄດ້ຮັບການຖ່າຍທອດ ແລະ ແນະນຳ ດ້ານເຕັກນິກ, ເຕັກໂນໂລຊີກ່ຽວກັບ ການຜະລິດ, ການບໍລິການ ແລະ ການຕະ ຫຼາດ ຕາມຄວາມເໝາະສົມ.
ສຳລັບນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຄົນພິການ ທີ່ດຳເນີນທຸລະກິດ ດ້ວຍຕົນເອງ, ເປັນກຸ່ມການຜະລິດ ຫຼື ການບໍລິການໃດໜຶ່ງ ສາມາດເຂົ້າເຖິງແຫຼ່ງທຶນ ໂດຍການກູ້ຍືມເງິນນຳທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ຢູ່ ສປປ ລາວ ຕາມກົດໝາຍທີ່ກ່ຽວຂ້ອງ.
ສຳລັບນະໂຍບາຍດ້ານພາສີນັ້ນ ຄົນພິການທີ່ດຳເນີນທຸລະກິດ ດ້ວຍຕົນເອງ, ເປັນກຸ່ມການຜະລິດ ຫຼື ການບໍລິການໃດໜຶ່ງ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ວັດຖຸດິບ, ວັດຖູປະກອນ, ຊິ້ນສ່ວນປະກອບ ແລະ ພາ ຫະນະກົນຈັກຮັບໃຊ້ການຜະລິດທາງກົງ, ສ່ວນນະໂຍບາຍດ້ານອາກອນ ຈະໄດ້ຮັບການຍົກເວັ້ນອາກອນກໍາໄລ, ອາກອນລາຍໄດ້, ອາກອນຊົມໃຊ້ ຕາມກົດໝາຍທີ່ກ່ຽວຂ້ອງ.
ລາຍລະອຽດກ່ຽວກັບນະໂຍບາຍ ການເຂົ້າເຖິງແຫຼ່ງທຶນ, ການຂະຫຍາຍການລົງທຶນ, ດ້ານ ພາສີ ແລະ ອາກອນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.