ການກວດກາວຽກງານຄົນພິການ ມີ ສາມຮູບການ ດັ່ງນີ້:
1. ການກວດກາຕາມປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກໍານົດເວ ລາອັນແນ່ນອນ.;
2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳ ເປັນ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ;
3. ການກວດກາແບບກະທັນຫັນ ແມ່ນການກວດກາແບບຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.
ການກວດກາວຽກງານຄົນພິການ ໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.