ໃນການຄຸ້ມຄອງວຽກງານຄົນພິການ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ສະເໜີສ້າງ ຫຼື ປັບປຸງ ນະໂຍບາຍ, ກົດໝາຍ ແລະ ຄົ້ນຄວ້າ ອອກລະບຽບການກ່ຽວກັບ ການສ້າງສິ່ງອຳນວຍຄວາມສະດວກ ແລະ ປອດໄພ, ການເຂົ້າເຖິງ ອາຄານ, ສະຖານທີ່ ແລະ ການຂົນສົ່ງສາທາລະ ນະ ສຳລັບຄົນພິການ;
2. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ແລະ ລະບຽບ ກ່ຽວກັບການຈະລາຈອນທາງບົກ ເພື່ອປ້ອງກັນບໍ່ໃຫ້ເກີດອຸປະຕິເຫດຕາມເສັ້ນທາງ;
3. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.