ໃນການຄຸ້ມຄອງວຽກງານຄົນພິການ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຄົນພິການ;
2. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄົນພິການ;
3. ຊີ້ນຳ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານຄົນພິການ;
4. ບໍາລຸງ ສ້າງ ແລະ ຍົກລະດັບ ບຸກຄະລາກອນ ກ່ຽວກັບວຽກງານຄົນພິການ;
5. ຕິດຕາມ ແລະ ຊຸກຍູ້ ການເຄື່ອນໄຫວວຽກງານການຈັດຕັ້ງສັງຄົມຂອງຄົນພິການ;
6. ຮັບ ແລະ ພິຈາລະນາແກ້ໄຂ ຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຄົນພິການ;
7. ປະສານສົມທົບກັບພະແນກການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ຕິດຕາມ ແລະ ສົ່ງເສີມວຽກງານຄົນພິການ;
8. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ ກ່ຽວກັບວຽກງານຄົນພິການ ຕາມການມອບໝາຍ;
9. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄົນພິການ ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ;
10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.