ຄົນພິການ ໄດ້ຮັບການຟື້ນຟູ, ການບຳບັດທາງດ້ານ ຮ່າງກາຍ ແລະ ຈິດໃຈ, ການບໍລິການດ້ານການຜ່າ ຕັດ, ດັດແປງ ແລະ ຕົບແຕ່ງ ຮ່າງກາຍ, ການສະໜອງ ອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ ຕາມຫຼັກ ການແພດ.
ໃນການຟື້ນຟູສຸຂະພາບ ຕ້ອງມີການປະສານສົມທົບກັນ ຕາມແຕ່ລະກໍລະນີ ເປັນຕົ້ນ ການຟື້ນຟູ ຢູ່ໂຮງໝໍ, ສູນການແພດຟື້ນຟູໜ້າທີ່ການ, ການຟື້ນຟູ ຢູ່ ຊຸມຊົນ ແລະ ຄອບຄົວ.
ຄົນພິການ ທີ່ທຸກຍາກ, ອະນາຖາ ແລະ ຄົນພິການທີ່ບໍ່ສາມາດຊ່ວຍຕົນເອງໄດ້ ແລະ ບໍ່ມີຜູ້ດູແລ ຈະໄດ້ຮັບການຍົກເວັ້ນ ຄ່າ ບໍລິການຟື້ນຟູ, ບຳບັດ, ອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ.