ຄົນພິການ ສາມາດເຂົ້າເຮັດວຽກໃນຫົວໜ່ວຍແຮງງານ, ອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຕາມຄວາມຮູ້, ຄວາມສາມາດ ຂອງຕົນ ໂດຍໄດ້ຮັບ ຄ່າຕອບແທນ, ເງິນເດືອນ, ການເລື່ອນ ຊັ້ນ, ຕໍາແໜ່ງ, ການຍົກລະດັບ ແລະ ສະຫວັດດີການ ຢ່າງສະ ເໝີພາບກັບຄົນອື່ນ.
ຫົວໜ່ວຍແຮງງານ, ອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຕ້ອງສ້າງເງື່ອນໄຂໃຫ້ຄົນພິການ ໄດ້ສະໝັກເຂົ້າເຮັດວຽກ ແລະ ໄດ້ຮັບບຸລິມະສິດໃນການພິຈາລະນາຮັບເຂົ້າເຮັດວຽກ ຕາມຕໍາແໜ່ງງານ ທີ່ເໝາະສົມກັບ ຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນານງານ ພ້ອມທັງປະກອບສິ່ງອຳນວຍຄວາມສະດວກຂັ້ນພື້ນຖານ ສຳລັບຄົນພິການໃນສະຖານທີ່ເຮັດວຽກ.