ການສຶກສາຮຽນຮ່ວມ ສຳລັບຄົນພິການ ໃຫ້ປະຕິບັດ ດັ່ງນີ້:
1. ຄົນພິການ ສາມາດຮຽນຮ່ວມກັບຄົນອື່ນ ຢູ່ສະຖານການສຶກສາຂອງລັດ ແລະ ເອກະຊົນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
2. ສະຖານການສຶກສາ ທີ່ມີຄົນພິການຮຽນຮ່ວມ ຕ້ອງປະກອບສິ່ງອຳນວຍຄວາມສະດວກທີ່ຈຳ ເປັນສຳລັບ ຄົນພິການ ຄື:
- ຫ້ອງຮຽນ ແລະ ສະຖານທີ່ຮຽນ ທີ່ເໝາະສົມ;
- ຫຼັກສູດການຮຽນ-ການສອນ ທີ່ສອດຄ່ອງກັບປະເພດຄົນພິການ;
- ວັດຖູປະກອນ ແລະ ສື່ການຮຽນ-ການສອນ ທີ່ເໝາະສົມ;
- ສະພາບແວດລ້ອມທີ່ເອື້ອອຳນວຍ ພາຍໃນສະຖານການສຶກສາ.
3. ສະຖານການສຶກສາ ທີ່ມີຄົນພິການຮຽນຮ່ວມ ຕ້ອງຄົ້ນຄວ້າ ວິທີການຮຽນ-ການສອນ, ບັນຈຸຄູສອນ ແລະ ຜູ້ດູແລນັກຮຽນພິການ ໃຫ້ເໝາະສົມ.