ຄົນພິການ ໄດ້ຮັບການປິ່ນປົວສຸຂະພາບ ເປັນຕົ້ນ ການກັນພະຍາດ, ການກວດ ແລະ ວິເຄາະພະຍາດ ຢູ່ໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດ ແລະ ສະຖານທີ່ບຳບັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວ ຂ້ອງ.
ຄົນພິການ ທີ່ທຸກຍາກ, ອະນາຖາ ແລະ ຄົນພິການທີ່ບໍ່ສາມາດຊ່ວຍຕົນເອງໄດ້ ແລະ ບໍ່ມີຜູ້ດູແລ ຈະໄດ້ຮັບການຍົກເວັ້ນ ຄ່າບໍລິການປິ່ນປົວ.