ການປ້ອງກັນບໍ່ໃຫ້ເກີດຄວາມພິການ ແມ່ນ ຂະບວນການເຄື່ອນໄຫວ ເພື່ອບໍ່ໃຫ້ເກີດຄວາມພິການໂດຍ ກຳເນີດ, ພະຍາດ, ອຸບປະຕິເຫດ ຫຼື ສາເຫດອື່ນ.
ການປ້ອງກັນບໍ່ໃຫ້ເກີດຄວາມພິການ ໃຫ້ປະຕິບັດ ດັ່ງນີ້:
1. ໂຄສະນາປູກຈິດສຳນຶກກ່ຽວກັບການປ້ອງກັນບໍ່ໃຫ້ເກີດຄວາມພິການ;
2. ໃຫ້ການແນະນຳ ແລະ ເບິ່ງແຍງທາງການແພດ ເປັນຕົ້ນ ກ່ອນຖືພາ, ກໍາລັງຖືພາ, ອອກລູກ ແລະ ຫຼັງອອກລູກ;
3. ໃຫ້ວັກຊີນກັນພະຍາດ;
4. ປະຕິບັດນະໂຍບາຍໂພຊະນາການ ເພື່ອຄວາມຈະເລີນເຕີບໂຕຂອງເດັກ;
5. ປິ່ນປົວ ແລະ ຟື້ນຟູສຸຂະພາບ ໃຫ້ຖືກຕ້ອງ, ທັນເວລາ;
6. ປ້ອງກັນບໍ່ໃຫ້ເກີດ ອຸບປະຕິເຫດຕາມເສັ້ນທາງ, ອຸບປະຕິເຫດແຮງງານ, ອຸບປະຕິເຫດຈາກລະເບີດບໍ່ທັນແຕກ ແລະ ອຸບປະຕິເຫດອື່ນ.