ລັດ ຖືສຳຄັນວຽກງານຄົນພິການ ດ້ວຍການ ສະໜອງງົບປະມານ, ວັດຖູປະກອນທີ່ຈຳເປັນ ແລະ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ວຽກງານຄົນພິການ ເພື່ອໃຫ້ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ ແລະ ສາມາດເຄື່ອນໄຫວ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ຄົນພິການມີອາຊີບທີ່ເໝາະສົມ, ມີການສ້າງຕັ້ງການຈັດຕັ້ງສັງຄົມ ຂອງຄົນພິການ ແລະ ກອງທຶນຄົນພິການ ພ້ອມທັງສຶກສາອົບຮົມ ແລະ ປູກຈິດສຳນຶກໃຫ້ສັງຄົມ ເຂົ້າໃຈ, ຊ່ວຍເຫຼືອ ແລະ ປົກປ້ອງສິດທິຂອງຄົນພິການ.
ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອ ແລະ ສ້າງສິ່ງອຳນວຍຄວາມສະດວກຂັ້ນພື້ນຖານໃຫ້ແກ່ຄົນພິການ, ປະກອບສ່ວນດ້ານທຶນຮອນ ແລະ ເຕັກນິກວິຊາການ ເຂົ້າໃນການພັດທະນາຄົນພິການ.