ໃນການຄຸ້ມຄອງວຽກງານຄົນພິການ ກະຊວງແຜນການ ແລະ ການລົງທຶນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ຄົ້ນຄວ້າ ແລະ ພິຈາລະນາ ບັນຈຸແຜນງານ, ໂຄງການ ກ່ຽວກັບວຽກງານຄົນພິການ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະ;
2. ຂົນຂວາຍ ແລະ ລະດົມທຶນ ຈາກຄູ່ຮ່ວມໃນການພັດທະນາ, ນັກລົງທຶນທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ລົງທຶນເຂົ້າໃນການສ້າງສິ່ງອຳນວຍຄວາມສະດວກ ແລະ ປອດໄພ, ການຜະລິດເຄື່ອງຄໍ້າຊູ ແລະ ຊ່ວຍຊູ ລວມທັງການສຶກສາ, ການຝຶກວິຊາຊີບ ສຳລັບຄົນພິການ;
3. ຄົ້ນຄວ້າ ແລະ ກຳນົດຮູບແບບການສຳຫຼວດ ແລະ ເກັບກໍາສະຖິຕິ ກ່ຽວກັບຄົນພິການ ໂດຍມີການປະສານສົມທົບກັບອົງການຄຸ້ມຄອງວຽກງານຄົນພິການ;
4. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.