ຄົນພິການ ສາມາດເຂົ້າເຖິງ ຂໍ້ມູນ ຂ່າວສານ ໂດຍຜ່ານສື່ສິ່ງພິມ, ສື່ເອເລັກໂຕຣນິກ, ເຕັກໂນໂລຊີທີ່ທັນສະໄໝ ແລະ ສື່ອື່ນ ຕາມຄວາມເໝາະສົມ.
ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສ້າງເງື່ອນໄຂໃຫ້ຄົນພິການສາມາດເຂົ້າເຖິງ ຂໍ້ມູນ ຂ່າວ ສານ ແລະ ສະໜອງຂໍ້ມູນ ຂ່າວສານທີ່ຈໍາເປັນ ເປັນຕົ້ນ ການບໍລິການຟື້ນຟູໜ້າທີ່ການ, ສະຖານທີ່ໃຫ້ຄວາມຊ່ວຍເຫຼືອດ້ານ ອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ, ການປິ່ນປົວສຸຂະພາບ, ການສຶກສາ ແລະ ການມີວຽກເຮັດງານທຳ.