ໃນການຄຸ້ມຄອງວຽກງານຄົນພິການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ສະເໜີສ້າງ ຫຼື ປັບປຸງ ນະໂຍບາຍ, ກົດໝາຍ ແລະ ຄົ້ນຄວ້າ ອອກລະບຽບການ ກ່ຽວກັບສິລະປະ, ວັດທະນະທຳ, ການພັກຜ່ອນ ແລະ ການເຂົ້າເຖິງສື່ມວນຊົນ ສຳລັບຄົນພິການ;
2. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບ ວຽກງານຄົນພິການ;
3. ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ແກ່ຄົນພິການ ສາມາດເຂົ້າຮ່ວມ ແລະ ເຄື່ອນໄຫວສິລະປະ, ວັດທະນະທຳ, ງານບຸນປະເພນີ, ງານສະເຫຼີມສະຫຼອງ, ງານວາງສະແດງ ຫຼື ການແຂ່ງຂັນ ລວມທັງສ້າງເງື່ອນໄຂ ແລະ ໃຫ້ໂອກາດ ເພື່ອໃຫ້ຄົນພິການສາມາດພັກຜ່ອນ;
4. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.