ຫ້າມ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ມີ ພຶດຕິກຳ ດັ່ງນີ້:
1. ຈໍາກັດ ການເຄື່ອນຍ້າຍ ແລະ ການຖືສັນຊາດ ຂອງຄົນພິການ;
2. ສວຍໃຊ້ ສິດ, ໜ້າທີ່ ແລະ ຕໍາແໜ່ງ, ກົດໜ່ວງ, ຖ່ວງດຶງ, ຮຽກເອົາສິນບົນ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ໝູ່ເພື່ອນ ຊຶ່ງສ້າງຄວາມເສຍຫາຍແກ່ຜົນປະໂຫຍດຂອງ ລັດ, ລວມໝູ່ ຫຼື ບຸກຄົນ;
3. ປະຕິບັດໜ້າທີ່ດ້ວຍຄວາມປະໝາດ, ເລີ່ນເລີ້, ເມີນເສີຍ, ຂາດຄວາມຮັບຜິດຊອບ ຫຼື ຂາດຈັນຍາບັນ ທີ່ກໍ່ຄວາມເສຍຫາຍ ຕໍ່ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັັ້ງ;
4. ຮຽກ ຫຼື ທວງ ເອົາຄ່າທຳນຽມ, ຄ່າບໍລິການ ຫຼື ນໍາໃຊ້ລາຍຮັບວິຊາການກ່ຽວກັບວຽກງານຄົນພິການ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
5. ເປີດເຜີຍ ຂໍ້ມູນສ່ວນບຸກຄົນຂອງຄົນພິການ ຫຼື ຄວາມລັບທາງລັດຖະການ, ຂອງບຸກຄົນ, ນິຕິ ບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຄົນພິການ ໂດຍບໍ່ໄດ້ຮັບອະນຸຍາດ;
6. ອອກເອກະສານກ່ຽວກັບຄົນພິການ, ຄວາມພິການ ບໍ່ຖືກຕ້ອງ ລວມທັງການປອມແປງເອກະ ສານດັ່ງກ່າວ;
7. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.