ໃນການຄຸ້ມຄອງວຽກງານຄົນພິການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ ສ້າງ ຫຼື ປັບປຸງ ນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານຄົນພິການ ເພື່ອສະເໜີລັດຖະບານ ພິຈາລະນາ;
2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານຄົນພິການ ເປັນລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ແລ້ວຈັດຕັ້ງປະຕິບັດ;
3. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານຄົນພິການ;
4. ຄົ້ນຄວ້າ ແລະ ນຳສະເໜີຕໍ່ລັດຖະບານ ພິຈາລະນາການຈັດສັນງົບປະມານຂອງລັດ ເພື່ອປະ ກອບເຂົ້າໃນກອງທຶນຄົນພິການ;
5. ຊີ້ນຳ ແລະ ຄຸ້ມຄອງ ການຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານ ສຳລັບຄົນພິການ ລວມທັງການຊອກວຽກເຮັດງານທຳ ທີ່ເໝາະສົມ;
6. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານຄົນພິການ;
7. ຊີ້ນຳ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຄົນພິການ ຕາມສາຍຕັ້ງຂອງຕົນໃນຂອບເຂດທົ່ວປະເທດ;
8. ພິຈາລະນາ ການສະເໜີ ສ້າງຕັ້ງ, ຍຸບເລີກ ແລະ ຄຸ້ມຄອງ ການຈັດຕັ້ງສັງຄົມຂອງຄົນພິການ;
9. ສ້າງ, ບໍາລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນຳໃຊ້ ບຸກຄະລາກອນ ກ່ຽວກັບວຽກງານຄົນພິການ;
10. ພິຈາລະນາ, ຮັບຮອງ ບົດສະຫຼຸບ ແລະ ແຜນການເຄື່ອນໄຫວວຽກງານ, ງົບປະມານຂອງກອງທຶນຄົນພິການໃນແຕ່ລະໄລຍະ;
11. ຮັບ ແລະ ພິຈາລະນາແກ້ໄຂ ຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຄົນພິການ;
12. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄົນພິການ;
13. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄົນພິການ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
14. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.