ໃນການຄຸ້ມຄອງວຽກງານຄົນພິການ ກະຊວງສາທາລະນະສຸກ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ສະເໜີສ້າງ ຫຼື ປັບປຸງ ນະໂຍບາຍ, ກົດໝາຍ ແລະ ຄົ້ນຄວ້າ ອອກລະບຽບການ ກ່ຽວກັບການປ້ອງກັນບໍ່ໃຫ້ເກີດຄວາມພິການ, ການປິ່ນປົວ ແລະ ຟື້ນຟູສຸຂະພາບ;
2. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ລວມທັງ ການປູກຈິດສຳນຶກກ່ຽວກັບການປ້ອງກັນບໍ່ໃຫ້ເກີດຄວາມພິການ;
3. ຊີ້ນຳ ແລະ ຄຸ້ມຄອງ ການປ້ອງກັນບໍ່ໃຫ້ເກີດຄວາມພິການ, ສ້າງເງື່ອນໄຂໃຫ້ຄົນພິການໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ;
4. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.