ຄົນພິການທີ່ ທຸກຍາກ, ອະນາຖາ ຫຼື ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ຈະໄດ້ຮັບການອຸດໜູນລ້ຽງດູ ລວມທັງໄດ້ຮັບການຊ່ວຍເຫຼືອຈາກ ຄອບຄົວ, ສັງຄົມ ແລະ ລັດ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.
ຂະແໜງການຄຸ້ມຄອງວຽກງານຄົນພິການ ຕ້ອງປະສານສົມທົບກັບຂະແໜງການ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດການອຸດໜູນລ້ຽງດູ.