ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:
1. ຈຳແນກຄົນພິການ ຫຼື ຈຳກັດການສະແດງຄໍາເຫັນຂອງຄົນພິການ;
2. ທໍລະມານ,ໃຊ້ຄວາມຮຸນແຮງ, ຂູດຮີດ ຄົນພິການ ແລະ ສະແຫວງຫາຜົນປະໂຫຍດຈາກຄົນພິການ;
3. ບໍ່ເຄົາລົບຊີວິດສ່ວນຕົວ, ຄອບຄົວ ແລະ ທີ່ຢູ່ອາໄສ ຂອງຄົນພິການ;
4. ຈຳກັດ ການດໍາລົງຊີວິດ ແລະ ການຢູ່ຮ່ວມກັບຊຸມຊົນ ຂອງຄົນພິການ;
5. ສ້າງອຸປະສັກ, ກີດຂວາງ, ເມີນເສີຍ ຕໍ່ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ;
6. ໃຫ້ ຫຼື ຮັບ, ເປັນສື່ກາງໃນການ ໃຫ້ ຫຼື ຮັບ ສິນບົນ ແກ່ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ;
7. ໂຄສະນາ ເຜີຍແຜ່ ຫຼື ສະໜອງຂໍ້ມູນ ໃນທາງບິດເບືອນ, ເສື່ອມເສຍ ກ່ຽວກັບຄົນພິການ ແລະ ວຽກງານຄົນພິການ;
8. ຈຳແນກ, ໝິ່ນປະໝາດ ແລະ ໃສ່ຮ້າຍປ້າຍສີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານຄົນພິການ;
9. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.